ກ່ຽວກັບແຂວງອຸດົມໄຊ

ແຂວງອຸດົມໄຊ ແຕ່ກ່ອນເປັນພຽງເຂດໜຶ່ງທີ່ຂຶ້ນກັບແຂວງຫລວງພະບາງ ມາຮອດປີ ຄ.ສ 1956 ໂຮມເອົາ ເມືອງຄື: ເມືອງໄຊເມືອງຮຸນ ແລະ ເມືອງປາກທາ ມາສ້າງຕັ້ງເປັນກິ່ງແຂວງໄຊຍະພູມຂຶ້ນກັບແຂວງຫລວງພະບາງ.
ພາຍຫຼັງເມືອງໄຊ ໄດ້ຮັບການປົດປ່ອຍປີ 1961ສູນກາງພັກຈຶ່ງຕົກລົງເອົາກິ່ງແຂວງດັ່ງກ່າວ ມາສ້າງເປັນແຂວງລ້ານຊ້າງ ໃນວັນທີ 15 ກໍລະກົດ ປີ 1962;ມາຮອດປີ 1965 ແຂວງລ້ານຊ້າງກໍໄດ້ປ່ຽນຊື່ມາເປັນແຂວງເມືອງໄຊ ແລະ ມາເຖິງປີ 1967 ແຂວງເມືອງໄຊຈຶ່ງປ່ຽນຊື່ມາເປັນແຂວງອຸດົມໄຊຈົນເຖິງປັດຈຸບັນ.ແຂວງອຸດົມໄຊ ມີເນື້ອທີ່ 15,370 ກິໂລຕາແມັດ ກວມເອົາ 6.5% ຂອງເນື້ອທີ່ທົ່ວໄປເທດຕັ້ງຢູ່ພາກເໜືອຂອງ ສປປ ລາວ ມີໄລຍະຫ່າງຈາກນະຄອນຫຼວງ600 ກິໂລແມັດ ເນື້ອທີ່ພູດອຍກວມ 85% ແລະ ສ່ວນທີ່ເຫຼືອແມ່ນທົ່ງພຽງນ້ອຍລຽບຕາມແຄມລອງແມ່ນ້ຳສາຍຫ້ວຍກວມເອົາ 15% ຂອງເນື້ອທີ່ທັງໝົດ.
ຈຸດພິເສດ: ແຂວງອຸດົມໄຊ ຕັ້ງຢູ່ໃຈກາງທາງຜ່ານຂອງບັນດາແຂວງທາງພາກເໜືອຂອງ ສປປ ລາວ ຄວາມສູງຂອງໜ້າດິນທຽບໜ້ານ້ຳທະເລ 432 ແມັດ ຫາ1,370 ແມັດມີ ທົ່ງພຽງນ້ອຍ ທີ່ມີເງືອນໄຂສະດວກໃນການປູກພືດກະສິກຳອຸດສາຫະກຳຕົ້ນໄມ້ອຸດສາຫະກຳ ແລະ ລ້ຽງສັດປະເພດຕ່າງໆ ລວມມີທົ່ງພຽງ ເມືອງໄຊທົ່ງພຽງເມືອງນາໝໍ້ທົ່ງພຽງເມືອງແບງ ແລະ ທົ່ງພຽງເມືອງຮຸນ. ແຂວງອຸດົມໄຊ ແບ່ງອອກເປັນ ເມືອງຄື: ເມືອງໄຊເມືອງຫຼາເມືອງໝໍ້ເມືອງງາ,ເມືອງແບ່ງເມືອງຮຸນ ແລະ ເມືອງປາກແບງ. ທີ່ວ່າການແຂວງຄື ເມືອງໄຊ. ແຂວງ ອຸດົມໄຊ ປະກອບດ້ວຍ ຫຼາຍຊົນເຜົ່າຄື: ເຜົ່າລາວລື້ໄທດຳໄທແດງຍວນ,ກໍ່ຮາຕິງປິດແລນ ແຕນມົ້ງ ລາຍມົ້ງຂາວກຶມມຸຮອກກຶມມຸອູ. ມີປະຊາຊົນບາງເຜົ່າ ຍັງປາກເວົ້າ ແລະ ນຸ່ງຖືຕາມປະເພນີ ຂອງ ເຜົ່າຕົນ.


No comments:

Post a Comment